Friday, May 20, 2016

ຫລັກສູດ

ຊື່ຫລັກສູດ: ວິທະຍາສາດ ດ້ານຄອມພິວເຕີ ແລະ ວິສະວະກໍາຊອບແວ (Computer Science and Software Engineering)
ວິທະຍາສາດ ດ້ານຄອມພິວເຕີ ແລະ ວິສະວະກຳຊອບແວ ເປັນຫລັກສູດ ທີ່ແນໃສ່ການພັດທະນາຊອບແວໃນລັກສະນະຂອງ OOP (Object Oriented Programming), ຊື່ງເປັນທີ່ຮອງຮັບລະດັບເຕັກໂນໂລຊີໃນອະນາຄົດ. ຫລັກສູດ ກວາມເອົາວິທະຍາສາດດ້ານ ຄອມພິວເຕີ ໂດຍສະເພາະທາງດ້ານຮາດແວ ລະບົບປະຕິບັດການ, ການພັດທະນາໂປຣແກຣມໃນພາສາ C, C++, ຈາວາ (Java), ພາສາໂປຣແກຣມມີງເບື້ອງໜ່ວຍແມ່ຂ່າຍ, ລະບົບຖານຂໍ້ມູນພາສາ SQL, ການອອກແບບລະບົບຊອບແວ, ການວິເຄາະ ແລະ ອອກ ແບບຖານຂໍ້ມູນ, ລະບົບເຄືອຂ່າຍ. ຂໍ້ມູນຂ່າວສານໃນວົງການທຸລະກິດ ຫລື ອົງກອນ, ລວມທັງການພັດທະນາໂປຣແກຣມຢູ່ໃນເວບ. ຊື່ງເວລາການສິດສອນຈະນຳເອົາຕົວຢ່າງຂອງແຕ່ລະອົງກອນທີ່ສຳຄັນນຳມາອອກແບບ ແລະ ວິເຄາະ ໂດຍສະເພາະ ລະບົບຂອງສະ ຖາບັນການເງິນ, ໂຮງງານ, ໂຮງໜໍ,​ ຂາຍຍົກ, ຍ່ອຍ ແລະ ລະບົບອື່ນໆ..
ນີ້ຄືບາງສ່ວນຂອງອາຊີບນັກສຶກສາຫລັງຈາກຮຽນຈົບ:
  • ການພັດທະນາຊອບແວ (Software Development)
  • ການຝືກອົບຮົມດ້ານຊອບແວ (Software Training)
  • ການບໍລິການດ້ານຊອບແວ ແລະ ການຕະຫລາດ (Software Services and product Marketing)
  • ລະບົບມັນຕີເມເດຍ ແລະ ຜູ້ຄວບຄຸມເວບ (Multimedia and Webmaster)
  • ຊ່ຽວຊານດ້ານລະບົບເຄືອຂ່າຍ (Network Specialist)
  • ວິເຄາະ ລະບົບ (System Analyst)
  • ບໍລິຫານ ຖານຂໍ້ມູນ (Database Administration)
  • ການຄົ້ນຄວ້າ ແລະ ພັດທະນາ (Research and Development)
  • ການບໍລິຫານດ້ານການຂາຍ ແລະ ການຕະຫລາດ (Marketing and Sales Management)
  • ບັນຊີການເງີນ ແລະ ການວາງແຜນ (Financial Accounting and Planning)
  • ອອກແບບດ້ານ ວິສະວະກຳ (Egineering and Design)

ວິທະຍາໄລ ບີຊີທີ

ຄວາມຮູ້ດ້ານໄອທີ ຈະນຳພາພວກເຮົາແຂ່ງຂັນ ກັບຍຸກແຫ່ງໂລກາພິວັດ...

ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ຫລື ໄອທີ (IT) ເປັນອຸດສະຫະກຳໃໝ່ທີ່ມີການພັດທະນາການໄປຢ່າງວ່ອງໄວ ແລະບໍ່ຢຸດຢັ້ງໃນທົ່ວທຸກມູມໂລກ. ໄອ​ທີ (IT)​ ເປັນ​ຕົວ​ຂັບ​ເຄື່ອນ​ທີ່​ຊົງ ພະລັງ ​ແລະ​ ມີສັກກະ​ຍະ​ພາບ​ທີ່​ສຸດ. ວິທີການດໍາເນີນງານ ຫລື ການບໍລິຫານ ທຸກໆຢ່າງໃນ​ໂລກ​ກໍາລັງ​ໄດ້​ຮັບ​ການ​ປ່ຽນ​ແປງ​ເນື່ອງ​ຈາກ​ຄວາມ​ທັນ​ສະ​ໄໝ​ດ້ານ​ເທັກ​ໂນ​ໂລ​ຊີ ບັນດາຫົວໝ່ວຍ ທຸລະກິດໃນຍຸກ ປະຈຸບັນໄດ້ ຮັບຮູ້ ເຖີງ ​ເຄັດ ​ລັບ​ເພື່ອ​ຄວາມ ຢູ່​ລອດ​ຂອງທຸລະກິດຂອງຕົນ​ສອງ​ປະການຄື: ການນຳໃຊ້ເທັກໂລຊີເພື່ອເຂົ້າໃນການ ການບໍລິຫານ ແລະ ບຸກຄະລະກອນທີ່ມີຄວາມຮູ້ຄວາມສາມາດ. ເມື່ອ​ທຸລະກິດ​ໃດ​ມີ​ຄວາມ​ສາມາດ​ໃນ​ການ​ຄອບ​ຄອງ​ເທັ​ກ​ໂນ​ໂລ​ຊີ, ທຸລະກິດ​ນັ້ນ​ຍ່ອມ​ມີ​ຄວາມ ສຳພັນ​ກັບ​ບຸກຄົນ​ຫຼື​ລູກ​ຄ້າ ເພີ່ມ​ຫຼາຍ ​ຂຶ້ນ ແລະ ສາມາດ​ ສະໜອງ ດ້ວຍ​ຂໍ້​ມູນ​ຂ່າວສານ​ຕາມ​ທີ່​​ຕົນຕ້ອງການໄດ້ ແລະ ບຸກຄົນ​ເຫລົ່ານີ້ສາມາດ​ຮຽນ ​ຮູ້ຈາກ​ຂໍ້​ມູນ ​ທີ່​ຕົນ ​ເອງ​ໄດ້ຮັບ ແລະ ​ມີ​ການ​ພັດທະນາດ້ານຄວາມຮູ້ຂອງ​ຕົນ​ເອງ​ໄປ​ຄຽງ​ຄູ່​ກັນ​​ໄດ້ ການ​ພັດທະນາ​ການ​ດ້ານ​ເທັກ​ນິກທີ່​ກ່ຽວຂ້ອງ​ ຍິ່ງ ເປັນການ​ເປີດ​ໂອກາດ ​ອັນ​ສໍາ ຄັນ​​ໃນ​ຂະຫຍາຍ​ທຸລະກິດ​​ຂອງ​ຕົນ​ເອງ​​​​ໄປ​ ໃນ ​ລະດັບສາກົນ​​.
ໂດຍທົ່ວໄປແລ້ວ ເຕັກໂນໂລຊີຂໍ້ມູນຂ່າວສານ ໄດ້ຖືກນຳໃຊ້ ຢູ່ທຸກໆ ສຳນັກງານ ຫ້ອງການ ເລີ່ມແຕ່ວຽກງານດ້ານຈັດການກັບ ເອກະສານ, ວຽກງານ ການບໍລິຫານ ເລີ່ມແຕ່ຂະໜາດນ້ອຍ, ກາງ ຈົນເຖີງຂະໃຫຍ່..
ນີ້ຄຶບາງຕົວຢ່າງ ທີ່ເຕັກໂນໂລຊີຂໍ້ມູນຂ່າວ ໄດ້ຖືກນຳໃຊ້:
  • ສະຖາບັນການເງິນ, ລະບົບທະນາຄານ (ລະບົບບໍລິຫານລູກຄ້າ, ເງິນຝາກ, ເງິນກູ້, ການໂອນເງິນພາຍໃນ ແລະ ຕ່າງປະເທດ, ຕູ້ ເອທີເອັມ, ການສຳລະສະສາງຜ່ານລະບົບເອເຫລັກໂຕຣນິກ, ລະບົບອື່ນໆ...)
  • ສາຍການບິນ (ສາຍການບິນ, ຖ້ຽວບິນ, ຂໍ້ມູນຜູ້ໂດຍສານ, ການສັ່ງຈ່ອງປີ້ຍົນ, ອື່ນໆ....)
  • ພາຍໃນອົງການຈັດຕັ້ງ ລະດັບກະຊວງ, ພະແນກ... (ລະບົບບໍລິຫານພະນັກງານ (ປະຫວັດພະນັກງານລັດຖະກອນ), ລະບົບເງິນເດືອນ, ລະບົບບັນຊີລາຍຮັບ, ລາຍຈ່າຍ ອື່ນໆ...)
  • ລະບົບບໍລິຫານ ການຂາຍ, ຂາຍຍົກ, ຂາຍຍ່ອຍ..
  • ວຽກງານການຄຸ້ມຄອງພົນລະເມືອງ, ກວດຄົນເຂົ້າອອກເມືອງ ທັງບຸກຄົນພາຍໃນ, ແລະ ຕ່າງປະເທດ...
  • ລະໃບບິນ, ເຊັນ: ລະບົບໃບບິນໄຟຟ້າ, ນໍ້າປະປາ, ໂທລະສັບ... ອື່ນໆ...
  • ລະບົບບໍລິຫານ ສາງເຄື່ອງ,​ ໂລຈິສຕິກ (Logistic) ອື່ນໆ...
  • ວຽກງານອື່ນໆ....