ວິທະຍາສາດ ດ້ານຄອມພິວເຕີ ແລະ ວິສະວະກຳຊອບແວ ເປັນຫລັກສູດ ທີ່ແນໃສ່ການພັດທະນາຊອບແວໃນລັກສະນະຂອງ OOP (Object Oriented Programming), ຊື່ງເປັນທີ່ຮອງຮັບລະດັບເຕັກໂນໂລຊີໃນອະນາຄົດ. ຫລັກສູດ ກວາມເອົາວິທະຍາສາດດ້ານ ຄອມພິວເຕີ ໂດຍສະເພາະທາງດ້ານຮາດແວ ລະບົບປະຕິບັດການ, ການພັດທະນາໂປຣແກຣມໃນພາສາ C, C++, ຈາວາ (Java), ພາສາໂປຣແກຣມມີງເບື້ອງໜ່ວຍແມ່ຂ່າຍ, ລະບົບຖານຂໍ້ມູນພາສາ SQL, ການອອກແບບລະບົບຊອບແວ, ການວິເຄາະ ແລະ ອອກ ແບບຖານຂໍ້ມູນ, ລະບົບເຄືອຂ່າຍ. ຂໍ້ມູນຂ່າວສານໃນວົງການທຸລະກິດ ຫລື ອົງກອນ, ລວມທັງການພັດທະນາໂປຣແກຣມຢູ່ໃນເວບ. ຊື່ງເວລາການສິດສອນຈະນຳເອົາຕົວຢ່າງຂອງແຕ່ລະອົງກອນທີ່ສຳຄັນນຳມາອອກແບບ ແລະ ວິເຄາະ ໂດຍສະເພາະ ລະບົບຂອງສະ ຖາບັນການເງິນ, ໂຮງງານ, ໂຮງໜໍ, ຂາຍຍົກ, ຍ່ອຍ ແລະ ລະບົບອື່ນໆ..
ນີ້ຄືບາງສ່ວນຂອງອາຊີບນັກສຶກສາຫລັງຈາກຮຽນຈົບ:
- ການພັດທະນາຊອບແວ (Software Development)
- ການຝືກອົບຮົມດ້ານຊອບແວ (Software Training)
- ການບໍລິການດ້ານຊອບແວ ແລະ ການຕະຫລາດ (Software Services and product Marketing)
- ລະບົບມັນຕີເມເດຍ ແລະ ຜູ້ຄວບຄຸມເວບ (Multimedia and Webmaster)
- ຊ່ຽວຊານດ້ານລະບົບເຄືອຂ່າຍ (Network Specialist)
- ວິເຄາະ ລະບົບ (System Analyst)
- ບໍລິຫານ ຖານຂໍ້ມູນ (Database Administration)
- ການຄົ້ນຄວ້າ ແລະ ພັດທະນາ (Research and Development)
- ການບໍລິຫານດ້ານການຂາຍ ແລະ ການຕະຫລາດ (Marketing and Sales Management)
- ບັນຊີການເງີນ ແລະ ການວາງແຜນ (Financial Accounting and Planning)
- ອອກແບບດ້ານ ວິສະວະກຳ (Egineering and Design)
